ນະໂຍບາຍຜູ້ນຳໃຊ້

ການແນະນຳ

ຂໍ້ມູນ ຂອງ ບໍລິສັດ - Athena Infonomics ແມ່ນບໍລິສັດທີ່ເຮັດການຄົ້ນຄ້ວາ ແລະ ໃຫ້ຄຳປຶກສາ ທີ່ແນ່ໃສ່ວິທີການແບບວິເຄາະ ເຂົ້າໃນການແກ້ໄຂບັນຫາການພັດທະນາ ແລະ ການເຕີບໂຕແບບມີສ່ວນຮ່ວມ. Athena ແມ່ນຖືເອົາການມີສ່ວນຮ່ວມ ລະຫວ່າງ ຂະແໜງພາກລັດ ແລະ ພາກເອກະຊົນ ເພື່ອຊອກຫາແນວທາງໃຫ້ແກ່ບັນດາຜູ້ທີ່ມີສ່ວນຮ່ວມ ໃນການແກ້ໄຂບັນຫາຕ່າງໆ ທີ່ມີຄວາມທ້າທາຍ ຕໍ່ກັບການພັດທະນາປະເທດ.

ການມີສ່ວນຮ່ວມຢ່າງຫ້າວຫັນ ໃນທົ່ວພື້ນທີ່ການຈັດການຂໍ້ມູນ ຂອງ ບັນດາຜູ້ທີ່ມີສ່ວນຮ່ວມ ທີ່ກ້ວາງຂວາງ ແລະ ຊັບຊ້ອນ ຂອງ ພາກລັດ, ບໍລິສັດ ແລະ ຊຸມຊົນ ໃນການນຳສະເໜີການແກ້ໄຂບັນຫາຕ່າງໆ ໃຫ້ແກ່ບັນດານະໂຍບາຍທີ່ມີປະສິດທິຜົນ, ສ້າງຄວາມເຂັ້ມແຂງໃຫ້ແກ່ສະຖາບັນ, ຊຸກຍູ້ການເຊື່ອມໂຍງຕະຫຼາດ, ຍົກລະດັບຄວາມສາມາດຂອງຜູ້ທີ່ມີສ່ວນຮ່ວມ ແລະ ສົ່ງເສີມການເປັນຄູ່ຮ່ວມມືທີ່ມີນະວັດຕະກຳ.

ໂດຍການສະໜັບສະໜູນ ຂອງ ມູນນິທິ Bill ແລະ Melinda Gates, Athena Infonomics ໄດ້ພັດທະນາເຄື່ອງມືທາງເວັບໄຊອອນໄລ ເຊິ່ງເອີ້ນວ່າ “ກ່ອງເຄື່ອງມື FSM” ແນ່ໃສ່ສ້າງຜົນປະໂຫຍດໃຫ້ແກ່ຂະແໜງສຸຂະພິບານ. ກ່ອງເຄື່ອງມື FSM ແມ່ນນໍາສະເໜີຊຸດເຄື່ອງມື, ຄູ່ມືແນະນະ, ກໍລະນີສຶກສາ, ວິດີໂອ ແລະ ຂໍ້ມູນຕ່າງໆ ທີ່ຊ່ວຍໃຫ້ຜູ້ຝຶກແອບ ແລະ ຜູ້ຕັດສິນໃຈທາງດ້ານນະໂຍບາຍ ໃນການປະເມີນຜົນການຈັດການຂີ້ຕະເລດ ແລະ ຈັດຕັ້ງປະຕິບັດຍຸດທະສາດ ເພື່ອການປັບປຸງພື້ນຖານໂຄງລ່າງ, ການປະຕິຮູບສະຖາບັນ ແລະ ການຂົນຂວາຍເອົາທຶນຮອນ ເພື່ອເຮັດໃຫ້ວຽກງານ FSM ມີຄວາມຍືນຍົງ ແລະ ມີປະສິດທິພາບ.

Athena Infonomics ມີຄວາມໝາຍໝັ້ນໃນການປົກປ້ອງຄວາມເປັນສ່ວນຕົວ ແລະ ຄວາມປອດໄພ ຂອງ ຂໍ້ມູນທ່ານ. ຂໍ້ມູນທີ່ທ່ານແບ່ງປັນ ໃນພື້ນທີ່ຈັດການຂໍ້ມູນ ຂອງ ກ່ອງເຄື່ອງມື FSM ຈະເປັນການແບ່ງປັນປະສົບການທີ່ດີທີ່ສຸດ ສຳລັບ ເຄູື່ອງມື ຂອງ ພວກເຮົາ. ໂປຣແກຣມການຮັກສາຄວາມເປັນສ່ວນຕົວ ຂອງ ພວກເຮົາ ແມ່ນແນ່ໃສ່ການປົກປ້ອງຂໍ້ມູນສ່ວນຕົວ ຂອງ ບຸກຄົນ ທີ່ພວກເຮົາສັງລວມ ແລະ ຊ່ວຍຮັບປະກັນວ່າ ຂໍ້ມູນສ່ວນບຸກຄົນນັ້ນ ໄດ້ຮັບການຈັດການຢ່າງເໝາະສົມທົ່ວໂລກ. ກະລຸນາອ່ານຂໍ້ມູນດ້ານລຸ່ມ ເພື່ອສຶກສາວິທີທີ່ພວກເຮົາສັງລວມ, ນຳໃຊ້ ແລະ ເຜີຍແຜ່ຂໍ້ມູນສ່ວນບຸກຄົນ.

ຜູ້ຄວບຄຸມຂໍ້ມູນ ແມ່ນຮັບຜິດຊອບຂໍ້ມູນ ທີ່ທ່ານແບ່ງປັນ ສຳລັບຈຸດປະສົງຕ່າງໆ ຂອງ ກົດໝາຍເພື່ອຄຸ້ມຄອງຂໍ້ມູນທົ່ວໄປ ຂອງ ສະຫະພາບເອີຣົບ.ທີ່ຢູ່:

Athena Infonomics

9/5, 1st Street,

Venkateswara Nagar, Adyar,

Chennai, Tamil Nadu – 600 020, India

ເບີໂທຕິດຕໍ່: +91 44 – 423 27112/423 27113

ອີເມວ: [email protected]

ຖ້າຫານທ່ານມີຄຳຖາມ ແລະ ຂໍ້ຂ້ອງໃຈ ກ່ຽວກັບ ຄວາມເປັນສ່ວນຕົວ ຫຼື ການສັງລວມຂໍ້ມູນ, ກະລຸນາຕິດຕໍ່ຫາພວກເຮົາ ຕາມທີ່ຢູ່, ເບີໂທລະສັບ ຫຼື ອີເມວ ຂ້າງເທິງ ແລະ ໃຫ້ລະບຸປະເທດ ຂອງ ທ່ານ ແລະ ຄຳຖາມ ຂອງ ທ່ານ.

ຄຳນິຍາມ:

“ຂໍ້ມູນສ່ວນຕົວ (Personal data)” ໝາຍເຖິງ ຂໍ້ມູນທີ່ ກ່ຽວຂ້ອງກັບ ບຸກຄົນທີ່ມີຊີວິດ ແລະ ສາມາດລະບຸຕົວໄດ້ ເຊິ່ງລວມມີຊື່, ທີ່ຢູ່, ເບີໂທຕິດຕໍ່, ທີ່ຢູ່ອີເມວ ແລະ ອື່ນໆ ແຕ່ຫຼາຍກ່ວານັ້ນແມ່ນລວມມີຂໍ້ມູນ ທີ່ຕິດພັນກັບບຸກຄົນນັ້ນ ແລະ ການລວມກັນ ຂອງ ຂໍ້ມູນ ເຊິ່ງຫາກລວມກັນໝາຍວ່າບຸກຄົນ ນັ້ນສາມາດລະບຸໄດ້.

“ຂໍ້ມູນເປົ້າໝາຍ (Data subject)” ໝາຍເຖິງ ບຸກຄົນ ຜູ້ທີ່ຂໍ້ມູນສ່ວນບຸກຄົນ ກຳລັງຖືກປະມວນຜົນ.

“ຂໍ້ມູຸນທີ່ບໍ່ແມ່ນຂໍ້ມູນສ່ວນບຸກຄົນ (Non-personal data)” ແມ່ນຂໍ້ມູນທີ່ຖືກບັນທຶກໄວ້ ສຳລັບຈຸດປະສົງທີ່ກ່ຽວຂ້ອງກັບລະບົບພາຍໃນ ແລະ ຮູບແບບສະຖິຕິ ເຊິ່ງອາດລວມເຖິງປະຊາກອນ ຂອງ ຕົວເມືອງ, ຈຳນວນຄົວເຮືອນ ໃນຕົວເມືອງ, ຈຳນວນສະຖາບັນໃນຕົວເມືອງ ແລະ ອື່ນໆ ແຕ່ກ້ວາງກວ່ານັ້ນ ແມ່ນກວມເອົາຂໍ້ມູນທີ່ນອກເໜືອຈາກຂໍ້ມູນສ່ວນບຸນຄົນ ຂອງ ຂໍ້ມູນເປົ້າໝາຍ.

“ ການປະມວນຜົນ (Processing)” ໝາຍເຖິງ ການດຳເນີນງານໃດນຶ່ງ ຫຼື ຊຸດການດຳເນີນງານ ທີ່ສະແດງຂໍ້ມູນທີ່ບໍ່ແມ່ນສ່ວນບຸກຄົນ ຫຼື ຊຸດຂໍ້ມູນທີ່ບໍ່ແມ່ນສ່ວນບຸກຄົນ ບໍ່ວ່າຈະເປັນແບບອັດຕະໂນມັດ ຫຼື ບໍ່ ເຊັ່ນ: ການສັງລວມ, ການບັນທຶກ, ການຈັດຕັ້ງ, ການສ້າງ, ການເກັບຮັກສາ, ການດັດແປງ ຫຼື ການປ່ຽນແປງ, ການຄົ້ນຫາ, ການປຶກສາຫາລື, ການນຳໃຊ້, ການເຜີຍແຜ່ ໂດຍການສົ່ງຜ່ານ, ການເຜີຍແຜ່ ຫຼື ການນຳໃຊ້ອື່ນໆ, ຄວາມສອດຄ່ອງ ຫຼື ການປະສົມປະສານ, ການຈຳກັດ, ການທຳລາຍ.

ຈຸດປະສົງ ແລະ ກົດໝາຍການປຸງແຕ່ງຂໍ້ມູນ.

ຂໍ້ມູນທີ່ຖືກສັງລວມ ແມ່ນຈະຖືກປະມວນຜົນ ເພື່ອປະເມີນສະຖານະການສຸຂະພິບານໃນຕົວເມືອງ (ຫຼື ພື້ນທີ່ ທີ່ກຳນົດໄວ້) ແລະ ສ້າງຄະແນນ FSM ຂອງ ຕົວເມືອງ ທີ່ໄດ້ຮັບການສະໜັບສະໜູນໂດຍ ບົດລາຍງານການປະເມີນຜົນທີ່ລະອຽດ ເຊິ່ງເປັນຈຸດເລີ່ມຕົ້ນໃນການກຳນົດຄວາມຕ້ອງການທີ່ຫຼາຍຂຶ້ນ. ເມື່ອສະຖານະການສຸຂະພິບານໄດ້ຮັບການປະເມີນ, ຂໍ້ມູນທີ່ບໍ່ແມ່ນສ່ວນບຸກຄົນ ຈະຖືກສັງລວມ ແລະ ຖືກປະມວນຜົນ ເພື່ອຊ່ວຍທ່ານລະບຸພື້ນທີ່ສຳລັບການປັບປຸງ ແລະ ການວາງແຜນ ສຳລັບຂໍ້ລິເລີ່ມດ້ານເຕັກນິກ, ດ້ານກົດໝາຍ, ດ້ານການເງິນ ແລະ ດ້ານພື້ນຖານໂຄງລ່າງ ເພື່ອຄຸ້ມຄອງຂີ້ຕະເລດໃນຕົວເມືອງໄດ້ຢ່າງປອດໄພ ແລະ ປັບປຸງການບໍລິການ.

ກ່ອງເຄື່ອງມື FSM ແມ່ນຖືກສ້າງ ແລະ ພັດທະນາໃນລັກສະນະດັ່ງຕໍ່ໄປນີ້ ຕາມຫຼັກການສາກົນທົ່ວໄປ ໃນການປົກປ້ອງຂໍ້ມູນທົ່ວໄປ ຄື:

  • ພວກເຮົາ ເຊື່ອວ່າ ຄວາມເປັນສ່ວນຕົວ ຂອງ ຜູ້ນຳໃຊ້ ແລະ ການປົກປ້ອງຂໍ້ມູນ ແມ່ນເປັນສິດທິມະນຸດ
  • ພວກເຮົາ ປົກປ້ອງຄວາມເປັນສ່ວນຕົວ ຂອງ ທ່ານ ຢ່າງຈິງຈັງ ແລະ ພວກເຮົາ ຮັບຮູ້ໜ້າທີ່ຮັບຜິດຊອບຕໍ່ຜູ້ທີ່ພວກເຮົາມີຂໍ້ມູນ.
  • ພວກເຮົາ ພຽງແຕ່ຈະສັງລວມ ແລະ ປະມວນຜົນ ຂໍ້ມູນ ເມື່ອມີຄວາມຈຳເປັນ ແລະ ເມື່ອເວລາທີ່ພວກເຮົານຳໃຊ້, ພວກເຮົາ ຈະເຮັດໃຫ້ຊັດເຈນວ່າ ເປັນຫຍັງພວກເຮົາຈຶ່ງນຳໃຊ້ ແລະ ຈະໃຊ້ວິທີໃດ. ກະລຸນາຮັບຮູຸ້ວ່າ ໃນບາງສະຖານະການ ທີ່ທ່ານບໍ່ໃຫ້ຂໍ້ມູນທີ່ຕ້ອງການ ພວກເຮົາ ຈະບໍ່ສາມາດສະໜອງຜະລິດຕະພັນຕາມທີ່ເຫັນໃນກ່ອງເຄື່ອງມື FSM. ພາຍໃຕ້ສະຖານະການດັ່ງກ່າວ, ທ່ານ ອາດຈະບໍ່ສາມາດປະຕິບັດຕາມພັນທະທາງດ້ານກົດໝາຍ ກັບ ພວກເຮົາໄດ້. ທ່ານ ຈະຮັບຮູ້ສະຖານະການທີ່ເກີດຂຶ້ນ ແລະ ຜົນສະທ້ອນ ຂອງ ການບໍ່ໃຫ້ຂໍ້ມູນທີ່ຕ້ອງການ.
  • ພວກເຮົາ ຈະບໍ່ແບ່ງປັນຂໍ້ມູນສ່ວນຕົວ ຂອງ ທ່ານ ກັບ ຜູ້ໃດ ຫາກບໍ່ໄດ້ຮັບການອະນຸຍາດ ຈາກທ່ານ.

ການແບ່ງປັນຂໍ້ມູນ ຂອງ ຜູ້ນຳໃຊ້

ຂໍ້ມຸນທີ່ສະໜອງໂດຍທ່ານ ແລະ ຜົນໄດ້ຮັບທີ່ອອກຈາກເຄື່ອງມື ທີ່ນຳໃຊ້ຂໍ້ມູນ ຂອງ ທ່ານ ແມ່ນຈະສາມາດເຂົ້າເຖິງໂດຍທ່ານເທົ່ານັ້ນ. ຂໍ້ມູນຈະຖືກແບ່ງປັນກັບຜູ້ນຳໃຊ້ອື່ນ ໃນພື້ນທີ່ຈັດການຂໍ້ມູນ ກໍຕໍ່ເມື່ອທ່ານເລືອກແບ່ງປັນຂໍ້ມູນ ຂອງ ທ່ານ ໃນພື້ນທີ່ສາທາລະນະ. ໃນໜ້າຜົນໄດ້ຮັບ ຂອງ ແຕ່ລະເຄື່ອງມື ແມ່ນເຄື່ອງມືຈະຂໍການອະນຸຍາດເຫັນດີຈາກທ່ານກ່ອນແບ່ງປັນຂໍ້ມູນ. ພາຍຫຼັງທ່ານເຫັນດີແລ້ວ, ເຄື່ອງມື ຈະສ້າງຂໍ້ມູນ ກ່ຽວກັບ ຕົວເມືອງ ຂອງ ທ່ານ ອອກສູ່ສາທາລະນະ. ຜູ້ທີລົງຊື່ເຂົ້າໃຊ້ ແລະ ນຳໃຊ້ພື້ນທີ່ຈັດການຂໍ້ມູນ ແມ່ນຈະສາມາດເຂົ້າເຖິງຂໍ້ມູນ ຂອງ ທ່ານ. ຜູ້ນຳໃຊ້ສ່ວນຫຼາຍ ພ້ອມທັງຜູ້ທີ່ຂໍ້ມູນຖືກແບ່ງປັນ ແມ່ນມາຈາກໜ່ວຍງານໃຫ້ທຶນ, ນັກວາງແຜນເມືອງ, ນັກວິສະວະກອນ ແລະ ຜູ້ໃຫ້ຄຳປຶກສາຕ່າງໆ.

ທ່ານ ອາດຕັດສິນໃຈຖອນການອະນຸມັດເຫັນດີ ໄດ້ທຸກເວລາ. ທ່ານ ຈະບໍ່ໄດ້ຮັບຜົນກະທົບໃດໆ ຕໍ່ຈາກການຖອນການເຫັນດີ. ຖ້າຫາກທ່ານຖອນການອະນຸມັດເຫັນດີ ແມ່ນຈະບໍ່ເກີດຜົນທາງດ້ານກົດໝາຍ ໃນເວລາທີ່ພວກເຮົາດຳເນີນການກ່ອນ ການຖອນອະນຸຍາດເຫັນດີຈາກທ່ານ. ທ່ານສາມາດຖອນການອະນຸຍາດເຫັນດີ ຂອງ ທ່ານ ໂດຍຕິດຕໍ່ຫ້ອງການປົກປ້ອງຂໍ້ມູນ ເຊິ່ງມີລາຍລະອຽດໃນພາກ 1. ສິດທິ ຂອງ ຜູູ້ນຳໃຊ້.

User Rights

Under certain circumstances, by law you have the right to:

  • ຮ້ອງຂໍການເຂົ້າເຖິງຂໍ້ມູນສ່ວນຕົວ ຂອງ ທ່ານ (ເຊິ່ງເປັນທີ່ຮູ້ຈັກທົ່ວໄປວ່າ “ຄຳຮ້ອງຂໍເຂົ້າເຖິງເປົ້າໝາຍ” ເຊິ່ງຈະຊ່ວຍໃຫ້ທ່ານໄດ້ຮັບການສຳເນົາຂໍ້ມູນຂອງທ່ານ ແລະ ກວດເບິ່ງວ່າພວກເຮົາກຳລັງປະຕິບັດຕາມກົດໝາຍດັ່ງກ່າວ.
  • ຮ້ອງຂໍການແກ້ໄຂຂໍ້ມູນຂອງທ່ານ. ເຊິ່ງທ່ານສາມາດຮຽກຮ້ອງໃຫ້ພວກເຮົາ ໃນການກວດແກ້ຂໍ້ມູນທີ່ບໍ່ທັນສຳເລັດ ຫຼື ຈະແຈ້ງ.
  • ຮ້ອງຂໍການລົບລ້າງຂໍ້ມູນ ຂອງ.ທ່ານ ເຊິ່ງທ່ານສາມາດຮຽກຮ້ອງໃຫ້ພວກເຮົາລຶບ ຫຼື ລົບລ້າງຂໍ້ມູນ ຂອງ ທ່ານ ທີ່ເຫັນວ່າບໍ່ເໝາະສົມ ທີ່ຈະສືບຕໍ່ດຳເນີນການ.

ຖ້າຫາກທ່ານຕ້ອງການນຳໃຊ້ທີ່ອະທິບາຍຂ້າງເທິງ ຫຼື ບໍ່ພໍໃຈ ຕໍ່ກັບການນຳໃຊ້ຂໍ້ມູນ ຂອງ ທ່ານ, ກະລຸນາຕິດຕໍ່ຫາຫ້ອງການປົກປ້ອງຂໍ້ມູນ ຕາມອີເມວທີ່ລະບຸຂ້າງເທິງໃນພາກທີ 1. ພວກເຮົາຈະດຳເນີນການໃຫ້ທ່ານໂດຍບໍ່ໄດ້ລັງເລ. ກະລຸນາຊາບວ່າ ພວກເຮົາຈະຮັກສາຂໍ້ມູນການສື່ສານຂອງທ່ານ ເພື່ອຊ່ວຍໃຫ້ພວກເຮົາສາມາດແກ້ໄຂບັນຫາທີ່ທ່ານຍົກຂຶ້ນ.

ການຮ້ອງຮຽນ

ຖ້າຫາກທ່ານມີການຮ້ອງຮຽນ ກ່ຽວກັບ ພວກເຮົາໃນການຈັດການຂໍ້ມູນສ່ວນຕົວ ແລະ ຂໍ້ມູນທີ່ບໍ່ເປັນສ່ວນຕົວ ຂອງ ທ່ານ, ກະລຸນາຕິດຕໍ່ຫາພວກເຮົາ ເພື່ອແກ້ໄຂບັນຫາດັ່ງກ່າວ ໃນບ່ອນທີ່ເປັນໄປໄດ້. ຫ້ອງການປົກປ້ອງຂໍ້ມູນ ຂອງ ພວກເຮົາ ຈະຕິດຕໍ່ກັບຫາທ່ານ ກ່ຽວກັບ ບັນຫາດັ່ງກ່າວ ພາຍໃນເວລາ 2 ວັນ ຈາກມື້ທີ່ທ່ານໄດ້ລົງທະບຽນ ຄຳຮ້ອງຮຽນ.

ການປ່ຽນແປງຕໍ່ກັບນະໂຍບາຍດັ່ງກ່າວ

ນະໂຍບາຍດັ່ງກ່າວ ອາດປ່ຽນແປງໄປມາ. ວັນທີທີ່ມີຜົນລ່າສຸດ ແມ່ນຈະລະບຸຢູ່ເທິງເອກະສານນະໂຍບາຍ. ພວກເຮົາ ຈະອັບເດດນະໂຍບາຍດັ່ງກ່າວ ເມື່ອຈຳເປັນ ເພື່ອເບິ່ງຄືນຄຳຕຳນິຕິຊົມ ຂອງ ຜູ້ນຳໃຊ້, ການປ່ຽນແປງຕ່າງໃນແຜນງານ/ໂຄງການ ຂອງ ພວກເຮົາ ແລະ ການບໍລິການ ຫຼື ການປ່ຽນແປງທາງກົດໝາຍ. ເມື່ອພວກເຮົາ ເຜີຍແຜ່ການປ່ຽນແປງຕ່າງໆໃນນະໂຍບາຍດັ່ງກ່າວ, ພວກເຮົາຈະທວນຄືນວັນທີທີ່ມີຜົນ ຢູ່ເທິງນະໂຍບາຍສ່ວນບຸຸກຄົນ ແລະ ຈະອະທິບາຍການປ່ຽນແປງຕ່າງໆ ໃນໜ້າປະຫວັດການປ່ຽນແປງ.

ໄດ້ຮັບການຍອມຮັບຢ່າງຖືກຕ້ອງ ແລະ ຢືນຢັນ – ຜູ້ນຳໃຊ້ຍອມຮັບ Cookies ຫຼື ເງື່ອນໄຂຕ່າງໆ. ເວັບໄຂກ່ອງເຄື່ອງມື FSM ເຮັດໃຫ້ຜູ້ນຳໃຊ້ເລືອກທີ່ຈະໃຫ້ອະນຸຍາດ ຫຼື ບໍ່ອະນຸຍາດເຫັນດີ.ທ່ານຍອມຮັບ cookies ຫຼື ບໍ່ (ກະລຸນາອ່ານນະໂຍບາຍຜູ້ນຳໃຊ້ ເພື່ອເຂົ້າໃນເງື່ອນໄຂຕ່າງໆ) ? “ທ່ານເຂົ້າໃຈ ແລະ ຍອມຮັບການນຳໃຊ້ cookies” and “ທ່ານບໍ່ຍອມຮັບການນຳໃຊ້ cookies”.